ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວພກ ເປີດເຝິກອົບຮົມການເມືອງ 45 ວັນ ໃຫ້ພະນັກງານພະລາທິການກອງທັບ


    ວັນທີ 26 ມິຖຸນາ 2023 ນີ້, ວິທະຍາຄານພະລາທິການກອງທັບ (ວພກ) ໄດ້ຈັດຕັ້ງພິທີເປີດເຝິກອົບຮົມວິທະຍາສາດການເມືອງໄລຍະສັ້ນ 45 ວັນໃຫ້ພະ ນັກງານພະລາທິການກອງທັບ ຊຸດທີ III, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກໍາມະການຄະນະບໍລິຫານງານພັກກະຊວງປ້ອງ ກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີບັນດາຕາງໜ້າຈາກກົມອ້ອມຂ້າງ, ຄະນະພັກ-ຄະນະອໍານວຍການ, ຄະນະນໍາ-ຄະນະບັນຊາ 6 ຫ້ອງ, 2 ກອງພັນ, ຄະນະວິຊາຄູ, ພະແນກການກ່ຽວຂ້ອງຕະຫຼອດຮອດນັກເຝິກອົບຮົມ ເຂົ້າຮ່ວມ. ສະຫາຍ ພັັນໂທ ບຸນໂຮມ ລົມລືເດດ ຮອງຫົວໜ້າຫ້ອງ ການເມືອງ ວິທະຍາຄານພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການອະນຸມັດເປີດຊຸດອົບຮົມວຽກງານການເມືອງ ໄລຍະສັ້ນ 45 ວັນ ຢູ່ວິທະຍາຄານພະລາທິການກອງທັບ ຊຸດທີ III ປະຈໍາປີ 2023, ອີງຕາມຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການແຕ່ງຕັ້ງ ຄະນະຊີ້ນໍາກະກຽມເນື້ອໃນຫຼັກສູດໂຄງການ ແລະ ເປີດຊຸດອົບຮົມວຽກງານການເມືອງໄລຍະສັ້ນ 45 ວັນ, ໃຫ້ນາຍທະຫານການເມືອງຂອງກົມໃຫຍ່ພະລາທິ ການກອງທັບ, ການເປີດບັ້ນເຝິກອົບຮົມຄັ້ງນີ້ ກໍເພື່ອຍົກສູງຄວາມຮູ້ທາງດ້ານການເມືອງ ໃຫ້ນາຍທະຫານຂອງບັນດາກົມກອງ ທີ່ຂຶ້ນກັບກົມໃຫຍ່ພະລາທິການ ກອງທັບ ໃຫ້ນັບມື້ສູງຂຶ້ນ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ຕໍ່ໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ. ໂອກາດດຽວກັນນີ້ ສະຫາຍ ພັນເອກ ສອນທັນ ສຸວົງໄຊ ຮອງອໍານວຍການ, ຫົວໜ້າຫ້ອງອົບຮົມ ວິທະຍາຄານພະລາທິການກອງທັບ ກໍໄດ້ຜ່ານບົດລາຍງານຂອງ ວິທະຍາຄານພະລາທິການກອງທັບ ຕໍ່ພິທີຊຶ່ງສະຫາຍໄດ້ຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນດ້ານຕ່າງໆ. ການເປີດຊຸດອົບຮົມຄັ້ງນີ້ມີນັກເຝິກອົບຮົມເຂົ້າຮ່ວມທັງໝົດຈໍານວນ 50 ສະຫາຍ, ເພດຍິງ 12 ສະຫາຍ, ນັກເຝິກອົບຮົມທັງໝົດລ້ວນແຕ່ແມ່ນພະນັກງານທີ່ມີໜ້າທີ່ຮັບຜິດຊອບແລ້ວ ທີ່ມາຈາກບັນດາອົງການ, ກົມກອງທີ່ຂຶ້ນກັບກົມໃຫຍ່ພະ ລາທິການກອງທັບ, ກໍານົດເວລາເຝິກອົບຮົມແມ່ນ 45 ວັນ, ເທົ່າກັບ 303 ຊົ່ວໂມງ, ເລີມແຕ່ວັນທີ 26/6/2023 ເຖິງວັນທີ 26/8/2023, ເອກະສານທີ່ນໍາ ມາເຝິກອົບຮົມລວມມີ: ປັດຊະຍາມາກ-ເລນິນ, ເສດຖະສາດການເມືອງ, ລັດທິສັງຄົມວິທະຍາສາດ, ປະຫວັດສາດວຽກງານພັກ-ວຽກງນການເມືອງ, ທິດສະດີ ຫຼັກການລວມກ່ຽວກັບການກໍ່ສ້າງພັກ, ທິດສະດີ ແລະ ພຶດຕິກໍາ. ໃນຕອນທ້າຍສະຫາຍປະທານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານວິຊາການກ່ຽວຂ້ອງທຸກພາກສ່ວນ ທີ່ໄດ້ສໍາເລັດວຽກງານຫ້າງຫາກະກຽມແກ່ບັ້ນເປີດຊຸດອົບຮົມໃນຄັ້ງນີ້, ພ້ອມທັງຮຽກຮ້ອງໃຫ້ທຸກ ພາກສ່ວນ ສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ສໍາເລັດຕາມຈຸດປະສົງຄາດໝາຍ, ພ້ອມທັງໄດ້ຮຽກຮ້ອງໃຫ້ນັກສໍາມະນາກອນທີ່ເຂົ້າຮ່ວມເຝິກອົບຮົມ ຈົ່ງເປັນເຈົ້າການຍົກສູງຄວາມຮັບຜິດຊອບ, ປະຕິບັດຕາມຂໍ້ກໍານົດກົດລະບຽບທີ່ວິທະຍາຄານວາງອອກຢ່າງເຂັ້ມງວດ, ເກັບກໍາທ້ອນໂຮມເອົາວິຊາຄວາມຮູ້ທີ່ ຄູ- ອາຈານ ຖ່າຍທອດໃຫ້ເພື່ອນໍາໄປພັດທະນາຕົນເອງ ແລະ ກົມກອງໃຫ້ກ້າວໜ້າຂຶ້ນເປັນກ້າວໆ ພ້ອມທັງໄດ້ກ່າວເປີດພິທີເຝິກອົບຮົມຢ່າງເປັນທາງການ.

ແຫຼ່ງທີ່ມາ:ແກ້ວ​ອຸ​ດອນ ລັດ​ສະ​ໝີ
ວັນທີ 28/06/2023